ກ່ຽວກັບ ຄວາມສໍາຄັນຂອງການປີ່ນປົວຄົນເຈັບຢູ່ຫ້ອງຟື້ນຟູຊີບ

ຄວາມສໍາຄັນຂອງການປີ່ນປົວຄົນເຈັບຢູ່ຫ້ອງຟື້ນຟູຊີບແມ່ນໂຄງການໜື່ງທີ່ບໍ່ຫວັງຜົນກຳໄລເຊິ່ງໄດ້ສະໜັບສະໜູນການຝຶກອົບຮົມໃຫ້ແກ່ພະຍາບານ ແລະ ທ່ານໝໍທີ່ເບິ່ງແຍງຄົນເຈັບໜັກທີ່ມີລາຍໄດ້ໜ້ອຍ. ພວກເຮົາໄດ້ນຳໃຊ້ອຸປະກອນທີ່ມີພາຍໃນປະເທດຂອງພວກເຮົາເຂົ້າໃນການຝຶກອົບຮົມ,ນໍາໃຊ້ວິທີການຝຶກອົບຮົມແບບມີສ່ວນຮ່ວມ, ເນັ້ນຄວາມປອດໄພເປັນຫຼັກ ແລະ ໃຫ້ຄວາມເຄົາລົບຕໍ່ກັບຄົນເຈັບທຸກຄົນ. ນັບຕັ້ງແຕ່ການລະບາດໃຫຍ່ຂອງພະຍາດ COVID-19 ພວກເຮົາໄດ້ປັບໃຊ້ອຸປະກອນ ແລະ ວິທີການຝຶກອົບຮົມເພື່ອເປີດກວ້າງໃນການເຂົ້າເຖິງຂໍ້ມູນສໍາຫຼັບ COVID-19. ຖານຂໍ້ມູນ (ເວບໄຊທ໌) ນີ້ຍັງບໍ່ໄດ້ຮັບຄໍາແນະນໍາໃຫ້ເປັນຄູ່ມືນໍາໃຊ້ຢ່າງເປັນທາງການເທື່ອຈົນກວ່າຈະມີຄໍາແນະນໍາໃຫ້ໃຊ້ຈາກຂັ້ນເທິງທີ່ກ່ຽວຂ້ອງ. ພວກເຮົາຫວັງວ່າຂໍ້ມູນເຫຼົ່ານີ້ຈະເປັນປະໂຫຍດສໍາຫຼັບພວກທ່ານ.